ບໍລິສັດ ລັດຕະນາ ການຄ້າເຄື່ອງມືການຊ່າງ ທຸກຊະນິດ ມອບເຄື່ອງຊ່ວຍເຫຼືອເພື່ອຕ້ານພະຍາດໂຄວິດ-19ໃຫ້ແກ່ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່

ໃນຕອນເຊົ້າຂອງວັນທີ 22 ເມສາ 2020, ເວລາ: 10:00 ໂມງ, ຢູ່ທີ່ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ບໍລິສັດ ລັດຕະນາ ການຄ້າເຄື່ອງມືການຊ່າງ ທຸກຊະນິດ ເພື່ອມອບໃຫ້ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ. ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ເຄື່ອງວັດແທກອຸນຫະພູມອິນຟາເຣດ ແລະ ໜ້າກາກອານາໄມ ລວມມູນຄ່າທັງໝົດ 21.600.000 ກີບ. ຕາງໜ້າຝ່າຍມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍ ທ່ານ ກວາງ ຊິນຊາງ ຜູ້ອຳນວຍການບໍລິສັດ ລັດຕະນາ ການຄ້າເຄື່ອງມືການຊ່າງ ທຸກຊະນິດ ແລະ ຕາງໜ້າຝ່າຍ ທະນາຄານສົ່ງເສີມກະສິກຳ ຮັບໂດຍ ທ່ານ ຄຳສິງ ແສງແກ້ວມະຫາວົງ, ວ່າການຜູ້ອຳນວຍການໃຫຍ່ ທະນາຄານສົ່ງເສີມກະສິກຳ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກ ພະແນກຫ້ອງການບໍລິຫານ ແລະ ພະແນກ ສິນເຊື່ອ ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 16.783 16.950
THB 500,00 503,00
CNY 2.418 2.442
EUR 18.059 18.235
VND 0,7266 0,7412
ວັນທີ: 23-03-2023 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :