ຊຳລະພາສີ ແລະ ອາກອນ ສາມາດຊຳລະໄດ້ສອງວິທີຄື:
1. ຊຳລະຜ່ານທາງ SMART TAX:
- ສຳລັບລູກຄ້າໃໝ່ ທີ່ຍັງບໍ່ທັນມີບັດ SMART TAX ຕ້ອງໄດ້ມາ ຂຽນແບບຟອມເພື່ອຂໍເປີດນຳໃຊ້ບັດ ໃນກໍລະນີເປັນບຸກຄົນທົ່ວໄປ ເອກະສານທີ່ຕ້ອງນຳມາປະກອບໃນການຂໍເປີດນຳໃຊ້ບັດ ຕ້ອງມີເອກະສານຢັ້ງຢືນ ຕົວຕົນເຊັ່ນ: ບັດປະຈຳຕົວ, ສຳມະໂນ, ພັດສະປອດ ຫຼື ອື່ນໆ..., ສ່ວນ ລູກຄ້າທີ່ເປັນ ວິສາຫະກິດ ຫຼື ບໍລິສັດ ຕ້ອງມີເອກະສານຂອງ ບໍລິສັດເຊັ່ນ: ທະບຽນວິສາຫະກິດ, ທະບຽນອາ ກອນ ແລະ ເອກະສານອື່ນໆ.
- ສຳລັບລູກຄ້າ ທີ່ມີບັດ SMART TAX ແລ້ວແມ່ນສາມາດນໍາບັດມາໃຊ້ບໍລິການເຕີມເງິນໄດ້ທັນທີ ໂດຍບໍ່ ຕ້ອງປະກອບເອກະສານ.
2. ຊຳລະຜ່ານທາງໃບມອບອາກອນ:ລູກຄ້າສາມາດມາໃຊ້ບໍລິການຢູ່ທາງໜ້າປ່ອງບໍລິການໂດຍ ນຳໃບແຈ້ງເສຍອາ ກອນມາພ້ອມ.