ບໍລິການຊື້ແຊັກຕ່າງປະເທດ:
ຊື້ແຊັກເງິນສົດ(ແຊັກເດີນທາງ)ຈ່າຍເປັນເງິນກີບ.
ຊື້ແຊັກຊ່ວຍເຫຼືອຄອບຄົວຈ່າຍເປັນເງິນກີບ.
ຮັບຊື້ແຊັກທີ່ນຳສະເໜີຈາກອົງການຈັດຕັ້ງສາກົນ.
ໂອນລະຫວ່າງປະເທດ:
ໂອນເງິນດ່ວນຜ່ານລະບົບ Western Union.
ໂອນເງິນລະຫວ່າງ ທະນາຄານສົ່ງເສີມກະສິກຳ ຫາ ທະນາຄານ ກະສິກຳຫວຽດນາມ (ຊຳລະສະສາງລະຫວາງຊາຍແດນ).
ບໍລິການໂອນເງິນຜ່ານ SWIFT
ໂອນເງິນລະຫວ່າງ ທສກ ແລະ ທກສ ແລະ ທະນາຄານທຸລະກິດອື່ນໆ ພາຍໃນປະເທດໄທ
ຄຸນລັກສະນະ:
ທະນາຄານການສົ່ງເສິມກະສິກຳຕອບສະໜອງທ່ານທີ່ຕ້ອງການໂອນເງິນ ໄປ ປະເທດໄທ ເພື່ອຊຳລະຄ່າສິນຄ້າ ຄ່າບໍລິການ, ຄ່າຮ່ຳຮຽນ, ຄ່າປິ່ນປົວພະຍາດ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ແລະຊັດເຈນຜ່ານເຄືອຂ່າຍທະນາຄານຕົວແທນ ຂອງ ທສກ ຢູ່ປະເທດໄທ. ທ່ານສາມາດ ໂອນຜ່ານລະບົບ SWIFT ເຊິ່ງເປັນ ລະບົບມາດຕາຖານສາກົນ ທີ່ຍອມຮັບທົ່ວໂລກ
SWIFT Code: AGPBLALA
ຈຸດປະສົງ ແລະ ເປົ້າໝາຍໃນການໂອນເງີນໄປຕ່າງປະເທດ:
ສໍາລັບ ລູກຄ້າສ່ວນບຸກຄົນທ່ານສາມາດໂອນເງິນໄປຕ່າງປະເທດເພື່ອຊໍາລະ ຄ່າປິ່ນປົວ, ການສຶກສາ, ຢ້ຽມຢາມຕ່າງປະເທດ ຕາມລະບຽບການທີ່ທະຄານແຫ່ງ ສປປລາວ ວາງອອກ.
ຜົນປະໂຫຍດທີ່ໄດ້ຮັບ:
ໂອນເງິນໄປທຸກທະນາຄານຢູ່ໃນປະເທດໄທປະເທດວອ່ງໄວ ແລະປອດໄພ.
ທ່ານສາມາດໂອນເງິນສົດ ຫຼື ຫັກເງິນຈາກບັນຊີຂອງທ່ານກໍ່ໄດ້.
ທສກ ຍິນດີຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດເພື່ອໂອນຕາມຄວາມຕ້ອງການ.
ຮັບປະກັນຄວາມປອດໄພ.
ເງື່ອນໄຂການໃຊ້ບໍລິການ:
ສຳລັບ ບຸກຄົນທີ່ເປັນຄົນຕ່າງປະເທດ: ຕ້ອງມີໜັງສືເດີນທາງ ພອ້ມກັບວີຊາເຂົ້າ ປະເທດລາວ ທີ່ຍັງບໍ່ໝົດກຳໜົດ ພ້ອມທັງປະກອບແບບຟອມໃນການໂອນເງິນ.
ສຳລັບ ບຸກຄົນທີ່ເປັນຄົນລາວ: ຕ້ອງມີບັດປະຈຳຕົວ ຫຼືປຶ້ມສຳມະໂນຄົວ ທີ່ຍັງບໍ່ໝົດກຳໜົດ ພ້ອມທັງປະກອບແບບຟອມໃນການໂອນເງິນ.
ທະນາຄານຕົວແທນ Correspondent Bank |
Currency |
Bank name |
Country |
SWIFT CODE |
THB |
|
|
|
1 |
Bank for Agriculture and Agricultural Co-operatives |
Thailand |
AGPBTHBKXXX |