ຜະລິດຕະພັນເງິນຝາກ

ຄູນລັກສະນະ:

ບັນຊີເງີນຝາກປະເພດນີ້ເໝາະສຳລັບບຸກຄົນທົ່ວໄປທີ່ມີລາຍຮັບປະຈໍາ ຫຼື ນິຕິບຸກຄົນທີ່ຄ້າຂາຍ, ດຳເນີນທຸລະກິດ ທີ່ມີເງີນໝຸນວຽນຕະຫຼອດເວລາ ແລະ ຕ້ອງການບໍລິຫານເງິນໃນບັນຊີຢ່າງຄ່ອງຕົວ, ປອດໄພ ແລະ ສະດວກສະບາຍໃນການຊຳລະສະສາງຄ່າສີນຄ້າ ແລະ ຄ່າບໍລິການຕ່າງໆແທນການຊຳລະເປັນເງິນສົດ, ໂດຍການສັ່ງຈ່າຍແຊັກຂອງທະນາຄານໃຫ້ແກ່ລູກຄ້າ.

ຜົນປະໂຫຍດ:

  • ເປັນບັນຊີທີ່ໃຊ້ໃນການໝຸນວຽນເງີນໃນບັນຊີເພື່ອດຳເນີນທຸລະກິດ, ຫຼຸດຜ່ອນຄວາມສ່ຽງໃນການຮັກສາເງີນສົດໄວ້ເປັນຈຳນວນຫຼວງຫຼາຍເພື່ອລໍຖ້າຊຳລະໃຫ້ລູກຄ້າ.
  • ໃຊ້ແຊັກສັ່ງຈ່າຍ ເພື່ອຊຳລະຄ່າສາທາລະນຸປະໂພກ ແລະ ສີີນຄ້າ ແທນເງີນສົດ.
  • ສາມາດໃຊ້ ໂອນ , ຖອນ , ຝາກ ໄດ້ຕາມຈຸດບໍລິການຂອງ ທສກ ທົ່ວປະເທດໃນວັນລັດຖະການ.
  • ສາມາດໂອນໄປບັນຊີເງີນຝາກຢູ່ທະນາຄານທຸລະກິດອື່ນໆພາຍໃນປະເທດ ແລະ ຕ່າງປະເທດ(ຕາມເງື່ອນໄຂຂອງ ທສກ).
  • ສາມາດອອກບັດ ATM ແລະ ບັດ ເສີມໄດ້ເພື່ອນຳໃຊ້ບໍລິການຈາກຕູ້ ATM ເຊັ່ນ: ການກວດຍອດເງີນຝາກ, ກວດອັບຕາແລກປ່ຽນ , ການໂອນເງີນລະຫວ່າງບັນຊີຫາບັນຊີ.
  • ສາມາດໃຊ້ເພື່ອຢັ້ງຢື້ນຖານະທາງການເງີນ, ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຍອດເງີນເຫຼືອໃນບັນຊີຜ່ານຜະລິດຕະພັນ SMS BANKING.
  • ສາມາດໃຊ້ເພື່ອຢັ້ງຢື້ນຖານະທາງການເງີນ.
  • ລະບຽບເງີນຝາກກະແສລາຍວັນ:

  • ຈຳນວນເງິນຝາກເບື້ອງຕົ້ນຕ່ຳສຸດບໍ່ຫຼຸດ 100.000 ກີບ, 2.000 ບາດ, 50 ໂດລາ, 500 ຢວນ, 1.000 ດົງ.
  • ທະນາຄານ ຈະເກັບຄ່າບຳລຸງຮັກສາບັນຊີປະເພດນີ້ຈຳນວນ 4.000 ກີບ, 0,5 ໂດລາ, 20 ບາດ ຕໍ່ເດືອນ..
  • ກໍລະນິປິດບັນຊີເງິນຝາກກ່ອນ (ຝາກບໍ່ເກີນ) 90 ວັນຫຼັງຈາກມື້ທີ່ເປິດບັນຊີຈະເກັບຄ່າທຳນຽມປິດກ່ອນກຳນົດ ຕາມລະບຽບ ທສກແຈ້ງອອກແຕ່ລະໄລຍະ.
  • ນຳໃຊ້ແຊັກໃນການເຄື່ອນໄຫວທຸກຄັ້ງເຊັ່ນ: ການຖອນເງິນສົດ , ການໂອນ ເຊິ່ງແຊັກມີອາຍຸການນຳໃຊ້ 180 ວັນ ນັບແຕ່ຫຼັງຈາກວັນທີ່ໄດ້ສັ່ງຈ່າຍ.
  • ການສັ່ງຈ່າຍທຸກຄັ້ງຕ້ອງລະບຸຢ່າງຊັດເຈນເຊັ່ນ:ຈ່າຍສົດ ຫຼື ອອກຊື່ບຸກຄົນທີ່ຈະຈ່າຍໃຫ້.
  • ປັດຈຸບັນບໍ່ສາມາດນໍາແຊັກໄປຂຶ້ນຢູ່ທະນາຄານອື່ນໄດ້ ແລະ ທະນາຄານອື່ນກໍບໍ່ສາມາດນໍາມາຂຶ້ນເງິນກັບ ທສກ ໄດ້ ຍົກເວັ້ນ (ແຊັກຂອງຄັງເງິນແຫ່ງຊາດ) ແຕ່ມີບໍລິັານໂອນເງິນຂ້າມ ທະນາຄານໂດຍຜ່ານລະບົບ RTGS ແລະ ACH.
  • ກໍລະນີແຊັກຫາກມີການປ່ຽນແປງເນື້ອໃນການສັ່ງຈ່າຍເຊັ່ນ: ຊື່ ແລະ ນາມສະກຸນ, ເລກບັນຊີຜູ້ຮັບເງິນ, ວັນ ເດືອນ ປີ ສັ່ງຈ່າຍ, ຈຳນວນເງິນເປັນຕົວເລກ ແລະ ຕົວໜັງສື, ຂິດຂ້າຂຽນໃໝ່ ທາງທະນາຄານຈະບໍ່ຮັບ.
  • ຫ້າມບໍ່ໃຫ້ລະບຸເນື້ອໃນລັກສະນະ 2 ເງື່ອນໄຂເຊັ່ນ: ຈ່າຍໃຫ້ບໍລິສັດ ກໍ ຫຼື ນາງ ກໍ, ຈ່າຍໃຫ້ ນາງ ຂໍ / ສົດ.
  • ຄູນລັກສະນະ:

    ບັນຊີເງິນຝາກປະເພດນີ້ເໝາະສໍາລັບບຸກຄົນທົ່ວໄປທີ່ມີລາຍຮັບປະຈໍາ ຫຼື ນິຕິບຸກຄົນທີ່ຕ້ອງການສະສົມເງິນໄວ້ໄລຍະສັ້ນ ເພື່ອສະດວກໃນການຝາກ-ຖອນໄດ້ຕະຫຼອດເວລາດ້ວຍ ປື້ມເງິນຝາກ, ບັດ ATM, ນອກນັ້ນຍັງສາມາດໃຊ້ໂອນຊຳລະສິນຄ້າ ແລະ ຄ່າບໍລິການ ມອບພັນທະອາກອນໃຫ້ ພາກລັດ,ຊຳລະຄ່າສາທາລະນຸປະໂພກເຊັ່ນ: ຄ່າໄຟຟ້າ, ນ້ຳປະປາ, ຄ່າໂທລະສັບ, ຄ່າອີນເຕີເນັດ.

    ຜົນປະໂຫຍດ:

  • ເປັນບັນຊີທີ່ໃຊ້ເພຶ່ອການປະຢັດ ແລະ ສະສົມເງິນ, ມີຄວາມສະດວກສະບາຍໃນການຝາກ, ຖອນ, ໂອນ , ແລກປ່ຽນສາມາດເຮັດທຸລະກຳຢູ່ທຸກສາຂາ ແລະ ໜ່ວຍບໍລິການຂອງ ທສກ ໃນທົ່ວປະເທດ, ໂອນໄປບັນຊີເງິນຝາກຢູ່ທະນາຄານທຸລະກິດອື່ນໆພາຍໃນປະເທດ ແລະ ຕ່າງປະເທດ(ຕາມເງື່ອນໄຂຂອງ ທສກ).
  • ສາມາດອອກບັດ ATM ແລະ ບັດເສີມ ເພື່ອນຳໃຊ້ບໍລິການຈາກຕູ້ ATM ເຊັ່ນ: ຖອນເງິນ, ໂອນເງິນລະຫວ່າງບັນຊີຫາບັນຊີພາຍໃນເຄືອຂ່າຍ ທສກ, ການກວດຍອດເງິນຝາກ, ກວດອັດຕາແລກປ່ຽນ ແລະ ອື່ນໆ.
  • ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຍອດເງິນເຫຼືອໃນບັນຊີຜ່ານຜະລິດຕະພັນ SMS BANKING.
  • ໄດ້ຮັບປື້ມເງີນຝາກໄວ້ເປັນຫຼັກຖານເພື່ອຕິດຕາມການເຄື່ອນໄຫວຂອງບັນຊີ.
  • ສາມາດໃຊ້ເພື່ອຢັ້ງຢື້ນຖານະທາງການເງິນ.
  • ລະບຽບເງີນຝາກປະຢັດ:

  • ຈຳນວນເງິນຝາກເບື້ອງຕົ້ນຕ່ຳສຸດບໍ່ຫຼຸດ 50.000 ກີບ, 200 ບາດ, 20 ໂດລາ, 100 ຢວນ, 500 ດົງ.
  • ຜູ້ຝາກຕ້ອງຮັກສາປື້ມໄວ້ໃຫ້ປອດໄພ, ຖ້າມີການເສຍຫາຍຕ້ອງແຈ້ງທະນາຄານໂດຍດ່ວນ.
  • ທະນາຄານຈະຄິດໄລ່ດອກເບ້ຍໃຫ້ປີໜື່ງ 2 ຄັ້ງ ຄື: ທ້າຍເດືອນມີຖຸນາ ແລະ ທ້າຍເດືອນ ທັນວາ , ທະນາຄານຈະຄິດໄລ່ດອກເບ້ຍຕາມອັດຕາດອກເບ້ຍ ທີ່ທະນາຄານປະກາດໃຊ້ແຕ່ລະໄລຍະ.
  • ກໍລະນີປິດບັນຊີປະຢັດ ທະນາຄານຈະຄິດໄລ່ດອກເບັ້ຍຕາມຍອດ ແລະ ວັນເວລາຝາກຕົວຈິງ.
  • ຜູ້ຝາກຕ້ອງວາງແບບຢ່າງລາຍເຊັນ ແລະ ເງື່ອນໄຂການສັ່ງຈ່າຍ ກັບທະນາຄານໃນເວລາເປິດບັນຊີເພື່ອຈະໄດ້ສົມທຽບເວລາມີການເຄື່ອນໄຫວບັນຊີທຸກຄັ້ງ.
  • ປື້ມຝາກປະຢັດນີ້ໃຊ້ສະເພາະຜູ້ຝາກເທົ່ານັ້ນ, ຫ້າມໂອນ ຫຼື ປ່ຽນມືເດັດຂາດ.
  • ທຸກຄັ້ງທີ່ມາເຄື່ອນໄຫວບັນຊີ (ຖອນ, ມອບ, ໂອນ ແລະ ອື່ນໆ) ຕ້ອງນຳປື້ມເງິນຝາກ ແລະ ບັດປະຈຳຕົວ ຫຼື ເອກະສານສະແດງຕົວມາພ້ອມ.
  • ປື້ມເງິນຝາກມີເລກລຳດັບກຳກັບທຸກໜ້າ ຫຼ້າມຈີກອອກ ຫຼື ເຮັດເປິະເປື້ອນ, ຫ້າມດັດແປງຕື່ມຂໍ້ຄວາມ ຫຼື ຕົວເລກ ແລະ ປ່ຽນຊື່ໃໝ່ໂດຍເດັດຂາດ.
  • ທຸກຄັ້ງທີ່ມີການຝາກ ຫຼື ຖອນເງິນ ຜູ້ຝາກຕ້ອງກວດກາຈຳນວນເງິນໃຫ້ຖືກຕ້ອງກ່ອນອອກຈາກທະນາຄານ ຫາກເຫັນຂໍ້ຜິດພາດຕ້ອງແຈ້ງພະນັກງານທັນທີ.
  • ໃນກໍລະນີຜູ້ຝາກເງິນມີທຸລະຈຳເປັນໄປຖອນເງິນຈາກທະນາຄານດ້ວຍຕົວເອງບໍ່ໄດ້ ຜູ້ຝາກສາມາດມອບສິດໃຫ້ຜູ້ໃດຜູ້ໜື່ງ ທີ່ຕົນເອງເຊື່ອຖືໄດ້ໄປຖອນແທນຕົນ ດ້ວຍການຂຽນໃບມອບສິດໃຫ້ຜູ້ໄປຖອນແທນຢ່າງເປັນລາຍລັກອັກສອນໂດຍໃຫ້ມີເນື້ອໃນລະອຽດ ພ້ອມດ້ວຍປື້ມຝາກປະຢັດ, ບັດປະຈຳຕົວຂອງເຈົ້າຂອງບັນຊີ ແລະ ຜູ້ຖືກມອບສິດຕ້ອງມີບັດປະຈຳຕົວ ຫຼື ເອກະສານສະແດງຕົວມາພ້ອມ.
  • ຄູນລັກສະນະ:

  • ບັນຊີເງິນຝາກມີກຳນົດເໝາະສຳລັບບຸກຄົນທີ່ມີເງິນເປັນກ້ອນແຕ່ຍັງບໍ່ມີຄວາມຈໍາເປັນໃຊ້ເງິນໃນປະຈຸບັນ, ເປັນປະເພດການລົງທືນທີ່ມີຄວາມສ່ຽງໜ້ອຍແຕ່ຜົນຕອບແທນສູງຈາກອັດຕາດອກເບ້ຍທີ່ທະນາຄານກຳນົດໃຫ້ແບບແນ່ນອນ ໃນຊ່ວງໄລຍະເວລາທີ່ທ່ານເລືອກ ແລະ ເປັນການວາງແຜນທາງດ້ານການເງິນທີ່ດີໃນອະນາຄົດ.ໄລຍະເວລາເງິນຝາກມີກຳນົດປະກອບມີ: 03 ເດືອນ, 06 ເດືອນ,12 ເດືອນ, 24 ເດືອນ, 36 ເດືອນ, 48 ເດືອນ, 60 ເດືອນ ຝາກໄດ້ 5 ສະກຸນເງີນຝາກ: ກີບ, ບາດ, ໂດລາ, ຢວນ, ດົງ.
  • ຜົນປະໂຫຍດ:

  • ໄດ້ຮັບຜົນຕອບແທນຈາກດອກເບ້ຽທີ່ແນ່ນອນສູງໃນຊ່ວງໄລຍະກຳນົດເວລາທີ່ທ່ານເລືອກ.
  • ສາມາດໃຊ້ເງິນໃນບັນຊີເປັນຫຼັກຊັບຄ້ຳປະກັນໃນການຂໍສີນເຊື່ອຈາກທະນາຄານ ແລະ ສະຖາບັນການເງີນ.
  • ທະນາຄານຈະໂອນຝາກບັນຊີເງີນຝາກມີກຳນົດເມື່ອຄົບກຳນົດສັນຍາຕໍ່ກຳນົດໄລຍະການຝາກເງີນເມື່ອຄົບກຳນົດໄດ້ແບບອັດຕະໂນມັດ ສ່ວນອັດຕາດອກເບ້ຽແມ່ນຂື້ນກັບແຈ້ງການນຳໃຊ້ອັດຕາດອກເບຽໃນແຕ່ລະໄລຍະທີ່ ທສກ ວາງອອກ.
  • ລະບຽບເງິນຝາກປະຈຳ:

  • 1. ການຝາກເງີນບັນຊີເງິນຝາກມີກຳນົດ ຈຳນວນເງິນຝາກເບື້ອງຕົ້ນຕ່ຳສຸດບໍ່ຫຼຸດ 500.000 ກີບ, 2.000 ບາດ, 100 ໂດລາ, 500 ຢວນ, 1.000 ດົງ.
  • 2. ບັນຊີເງິນຝາກມີກຳນົດ 3, 6, 12 ເດືອນ ທະນາຄານ ຈະຈ່າຍຄັ້ງດຽວເມື່ອຮອດກຳນົດເວລາ ແລະ ບັນຊີເງິນຝາກມີກຳນົດ 24, 36, 48, 60 ເດືອນ ທະນາຄານ ຈະຈ່າຍດອກເບັ້ຍໃຫ້ເປັນເດືອນ, ເປັນງວດ ຫຼື ເມື່ອຄົບກຳນົດສັນຍາ.
  • 3. ທຸກໆບັນຊີເງິນຝາກມີກຳນົດຕ້ອງເປີດບັນຊີເງິນຝາກປະຢັດ ຫຼ ເງິນຝາກກະແສລາຍວັນ ເພື່ອຮອງຮັບການຈ່າຍດອກເບັ້ຍ ແຕ່ລະຄັ້ງ.
  • 4. ກໍລະນີປິດບັນຊີເງິນຝາກກ່ອນກຳນຳນົດ (ຝາກບໍ່ເກີນ) 30 ວັນ ນັບແຕ່ມື້ເປີດບັນຊີ ທະນາຄານ ຈະບໍ່ຈ່າຍດອກເບັ້ຍໃຫ້, ຖ້າ 31 ວັນຂື້ນໄປ ທະນາຄານ ຈະຄິດໄລ່ດອກເບັ້ຍແບບຝາກປະຢັດໃຫ້ ພ້ອມທັງເກັບຄືນດອກເບັ້ຍທີ່ຈ່າຍໃຫ້ໄປແລ້ວ (ກໍລະນີ ທະນາຄານ ຈ່າຍດອກເບັ້ຍໄປແລ້ວ) ແລະ ເກັບຄ່າບໍລິການຕາມລະບຽບການ.
  • 5. ຜູ້ຝາກຕ້ອງຮັກສາປື້ມ ຫຼື ໃບເງິນຝາກມີກໍານົດ ໄວ້ໃຫ້ປອດໄພ, ຖ້າມີການເສຍຫາຍຕ້ອງແຈ້ງທະນາຄານໂດຍດ່ວນ.
  • 6. ຜູ້ຝາກຕ້ອງເຊັນຕົວຢ່າງລາຍເຊັນ ແລະ ເງື່ອນໄຂສັ່ງຈ່າຍກັບທະນາຄານໃນເວລາເປິດບັນຊີເພື່ອຈະໄດ້ສົມທຽບໃນເວລາເຄື່ອນໄຫວບັນຊີທຸກຄັ້ງ.
  • 7. ປື້ມ ຫຼື ໃບເງິນຝາກມີກຳນົດນີ້ໃຊ້ສະເພາະຜູ້ຝາກເທົ່ານັ້ນ, ຫ້າມໂອນ ຫຼື ປ່ຽນມືເດັດຂາດ.
  • 8. ທຸກຄັ້ງທີ່ມາເຄື່ອນໄຫວບັນຊີ (ຖອນ, ມອບ, ໂອນ ແລະ ອື່ນໆ) ຕ້ອງນຳປື້ມເງີນຝາກ ຫຼື ໃບເງິນຝາກມີກຳນົດ ພ້ອມບັດ ປະຈຳຕົວ ຫຼື ເອກະສານສະແດງຕົວຕົນມາພ້ອມ.
  • 9. ປື້ມເງີນຝາກມີເລກລຳດັບກຳກັບທຸກໜ້າ ຫຼ້າມຈິກອອກ ຫຼື ເຮັດເປິະເປື້ອນ, ຫ້າມດັດແປງຕື່ມຂໍ້ຄວາມ ຫຼື ຕົວເລກ ແລະປ່ຽນຊື່ໃໝໂດຍເດັດຂາດ.
  • 10. ທຸກຄັ້ງທີ່ມີການຝາກ ຫຼື ຖອນເງິນ ຜູ້ຝາກຕ້ອງກວດກາຈຳນວນເງິນໃຫ້ຖືກຕ້ອງກ່ອນອອກຈາກທະນາຄານ ຫາກເຫັນຂໍ້ຜິດພາດຕ້ອງແຈ້ງພະນັກງານທັນທີ.
  • 11. ໃນກໍລະນີຜູ້ຝາກເງິນມີທຸລະຈຳເປັນໄປຖອນເງິນຈາກທະນາຄານດ້ວຍຕົວເອງບໍ່ໄດ້ ຜູ້ຝາກສາມາດມອບສິດໃຫ້ຜູ້ໃດຜູ້ໜື່ງ ທີ່ຕົນເອງເຊື່ອຖືໄດ້ໄປຖອນແທນຕົນ ດ້ວຍການຂຽນໃບມອບສິດໃຫ້ຜູ້ໄປຖອນແທນຢ່າງເປັນລາຍລັກອັກສອນໂດຍໃຫ້ມີເນື້ອໃນລະອຽດ ພ້ອມດ້ວຍປື້ມຝາກປະຢັດ, ບັດປະຈຳຕົວຂອງເຈົ້າຂອງບັນຊີ ແລະ ຜູ້ຖືກມອບສິດຕ້ອງມີບັດປະຈຳຕົວ ຫຼື ເອກະສານສະແດງຕົວມາພ້ອມ.
  • ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.251 21.387
    THB 652,82 657,32
    CNY 2.997 3.052
    EUR 22.533 22.754
    VND 0,83 0,84
    ວັນທີ: 26-04-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :