ຄຸນລັກສະນະ:
ເປັນສິນເຊື່ອເພື່ອເຮັດໃຫ້ຜູ້ຜະລິດຢູ່ໃນຂອບເຂດທົ່ວປະເທດ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນຂອງ ທສກ ໃນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ຕາມທິດຍືນຍົງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ເປົ້າໝາຍຂອງສິນເຊື່ອ:
ສິນເຊື່ອລາຍກຸ່ມ ໝາຍເຖິງກຸ່ມຜູ້ຜະລິດທີ່ທຳການຜະລິດປະເພດດຽວກັນ ຊຶ່ງໄດ້ຮ່ວມກັນຈັດຕັ້ງເປັນກຸ່ມ, ໂດຍມີຄວາມຮັບຜິດຊອບໜີ້ສິນຮ່ວມກັນບົນພື້ນຖານຄວາມສະໝັກໃຈ ເພື່ອສະເໜີກູ້ຢືມເງິນຈາກ ທສກ.
ປະເພດສິນເຊື່ອ ໄດ້ແບ່ງອອກເປັນ 3 ປະເພດຄື:
1. ເງິນກູ້ໄລຍະສັ້ນ
ເງິນກູ້ໄລຍະສັ້ນແມ່ນເງິນກູ້ທີ່ ທສກ ໃຫ້ຊາວກະສິກອນກູ້ຢືມ ທີ່ມີໄລຍະເວລາບໍ່ເກີນ 12 ເດືອນ ຫຼື 1 ປີລົງມາ, ເງິນກູ້ປະເພດນີ້ມີຈຸດປະສົງ ໃຫ້ກູ້ຢືມເຂົ້າໃນການປູກຝັງ ແລະ ການລ້ຽງສັດນ້ອຍທີ່ໃຫ້ຜົນຜະລິດຕາມລະດູການ ເຊັ່ນ : ການປູກເຂົ້ານາແຊງ-ນາປີ, ປູກພືດຜັກທຸກຊະນິດ, ປູກພືດຫມູນວຽນ, ການລ້ຽງສັດນ້ອຍ ແລະ ເຄື່ອງມືການຜະລິດຂະໜາດນ້ອຍ, ຄ່າຕຽມດິນ, ແນວພັນພືດ-ສັດ, ຢາປາບສັດຕູພືດ, ຢາປົວສັດ, ຝຸ່ນ, ປຸ໋ຍ, ອາຫານສັດ, ແຮງງານການຜະລິດ ແລະ ອື່ນໆ, ທີ່ມີວົງເງິນໃຫ້ກູ້ຢືມສູງສຸດບໍ່ເກີນ 20.000.000 ກີບ (ຊາວລ້ານກີບ) ຕໍ່ສະມາຊິກກຸ່ມ 1 ຄົນ/ຄອບຄົວ.
2. ເງິນກູ້ໄລຍະກາງ
ເງິນກູ້ໄລຍະກາງແມ່ນເງິນກູ້ທີ່ ທສກ ໃຫ້ຊາວກະສິກອນກູ້ຢືມ ທີ່ມີໄລຍະເວລາບໍ່ເກີນ 60 ເດືອນ ຫຼື5 ປີລົງມາ, ເງິນກູ້ປະເພດນີ້ແມ່ນມີຈຸດປະສົງ ໃຫ້ກູ້ຢືມເຂົ້າໃນການຜະລິດທີ່ໃຫ້ຜົນຕອບແທນໄລຍະຍາວເຊັ່ນ : ການຈົກໜອງປາ, ການປູກໄມ້ໃຫ້ ໝາກ, ການລ້ຽງສັດໃຫຍ່, ບຸກເບີກເນື້ອທີ່ທຳການຜະລິດ, ແລະອື່ນໆ ທີ່ມີວົງເງິນໃຫ້ກູ້ຢືມສູງສຸດບໍ່ເກີນ 30.000.000 ກີບ (ສາມສິບລ້ານກີບ) ຕໍ່ສະມາຊິກກຸ່ມ 1 ຄົນ/ຄອບຄົວ.
3. ເງິນກູ້ໄລຍະຍາວ
ເງິນກູ້ໄລຍະຍາວແມ່ນເງິນກູ້ທີ່ ທສກ ໃຫ້ຊາວກະສິກອນກູ້ຢືມທີ່ມີໄລຍະເວລາເກີນ 60 ເດືອນ ຫລື 5 ປີຂຶ້ນໄປ, ເງິນກູ້ປະເພດນີ້ແມ່ນມີຈຸດປະສົງ ໃຫ້ກູ້ຢືມເຂົ້າໃນການຜະລິດ ທີ່ໃຫ້ຜົນຕອບແທນໄລຍະຍາວເຊັ່ນ: ການປູກໄມ້ອຸດສາຫະກຳ, ການລ້ຽງສັດໃຫຍ່, ແລະອື່ນໆ ທີ່ມີວົງເງິນໃຫ້ກູ້ຢືມສູງສຸດບໍ່ເກີນ 30.000.000 ກີບ (ສາມສິບລ້ານກີບ) ຕໍ່ສະມາຊິກກຸ່ມ 1 ຄົນ/ຄອບຄົວ.
ການຄ້ຳປະກັນ:
ຊາວກະສິກອນ ທີ່ເປັນສະມາຊິກຂອງກຸ່ມແຕ່ລະຄົນຕ້ອງຄໍ້າປະກັນເງິນກູ້ຮ່ວມກັນ, ໂດຍໄດ້ຮັບການຢັ້ງຢືນຈາກຫ້ອງການປົກຄອງບ້ານ (ນາຍບ້ານ) ຖ້າສະມາຊິກຄົນໃດຄົນໜຶ່ງບໍ່ສາມາດຊໍາລະເງິນກູ້ຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ແກ່ ທະນາຄານໄດ້, ສະມາຊິກທັງໝົດພາຍໃນກຸ່ມຕ້ອງໃຊ້ໜີ້ແທນຜູ້ກ່ຽວ.
ເງື່ອນໄຂຊາວກະສິກອນຈະເຂົ້າກຸ່ມ:
ໜຶ່ງກຸ່ມ ປະກອບດ້ວຍສະມາຊິກຂອງກຸ່ມຈໍານວນ 5 ຄົນຂຶ້ນໄປ. ໃນນັ້ນ, ສະມາຊິກພາຍໃນກຸ່ມຕ້ອງ ໄດ້ຄັດເລືອກເອົາສະມາຊິກ ຈໍານວນ 2 ຄົນ, ເພືຶ່ອມາເປັນຫົວໜ້າກຸ່ມ 1 ຄົນ ແລະ ຮອງຫົວໜ້າກຸ່ມ 1 ຄົນ.
ສັນຊາດລາວ.
ມີສຳມະໂນຄົວ ຫຼື ບັດປະຈຳຕົວ ທີ່ຖືກຕ້ອງຕາມກົດໝາຍ.
ມີສຸຂະພາບແຂງແຮງດີ.
ມີຄວາມສາມາດທາງດ້ານການປະພຶດເຕັມສ່ວນ,ຕາມກົດໝາຍ (ມີອາຍຸ 18ປີຂຶ້ນໄປ, ບໍ່ເປັນຄົນບ້າ
ເສຍຈິດ).
ເປັນຜູ້ທີ່ຂາດເຂີນທາງດ້ານທືນຮອນ.
ເປັນຜູ້ປະກອບອາຊີບໃນການຜະລິດກະສິກຳ, ຫັດຖະກຳ ແລະ ບໍລິການທີ່ຕິດພັນກັບຂະແໜງກະສິກຳ.
ເປັນຄົນຊື່ສັດ, ດຸໝັ່ນ, ອົດທົນໃນວຽກງານ ແລະ ປະຢັດການໃຊ້ຈ່າຍ.
ບໍ່ເປັນຄົນ ຫຼີ້ນການພະນັນ, ຕິດເຫລົ້າ, ຢາເສບຕິດ ແລະ ບໍ່ຢູ່ໃນໄລຍະພາກໂທດ.
ບໍ່ມີໜີ້ສິນຢູ່ທະນາຄານ, ສະຖາບັນການເງິນ ແລະ ໜີ້ສິນນອກລະບົບ.
ເອກະສານທີ່ລູກຄ້າ ຕ້ອງໄດ້ປະກອບ:
ໃບສະເໜີຂໍກູ້ຢືມເງິນລູກຄ້າຂຽນດ້ວຍຕົວເອງ.
ໃບສະໝັກຂໍເຂົ້າເປັນສະມາຊິກກຸ່ມ
ໃບຢັ້ງຢືນທີ່ຢູ່ (ຫົວໜ້າກຸ່ມ ແລະ ສະມາຊິກ ພ້ອມຕິດຮູບ 3 x 4) ຈຳນວນ 1 ໃບ.
ສຳເນົາປື້ມສຳມະໂນຄົວ.