ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ)


ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ) ສໍາເລັດລົງ ດ້ວຍໝາກຜົນອັນຈົບ ງາມໃນວັນທີ 12 ກໍລະກົດ 2019 ແລະໄດ້ດຳເນີນມາເປັນເວລາເຄິ່ງວັນ ທີ່ສໍານັກງານໃຫຍ່ ທສກ ນະຄອນຫຼວງວຽງຈັນ ຊຶ່ງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ຢ່າງພາວະວິໃສ ແລະພ້ອມກັນເປັນເຈົ້າການ ເລັ່ງໃສ່ສະໜອງສິນເຊື່ອເຂົ້າໃສ່ຂະແໜງກະສິກຳເປັນຫຼັກໃຫ້ກວມເອົາ 80% ຊຶ່ງກອງປະຊຸມຄັ້ງນີ້ໄດ້ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ), ປະທານສະພັນກໍາມະບານ ທຫລ; ສະຫາຍ ຄໍາສິງ ແສງແກ້ວມະ ຫາວົງ ເລຂາຄະນະພັກຮາກຖານ ທສກ; ບັນດາຮາກຖານກຳມະບານອ້ອມຂ້າງ ແລະຄະນະໜ່ວຍ-ສະມາຊິກກຳມະບານເຂົ້າຮ່ວມ.


ໃນໄລຍະຜ່ານມາ; ຄະນະນຳ ແລະສະມາຊິກກຳມະບານຮາກຖານ ທສກ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຢ່າງເປັນເຈົ້າການເປັນຕົ້ນວຽກງານສິນເຊື່ອ ແມ່ນຫຼຸດຜ່ອນການຂະຫຍາຍສິນເຊື່ອທີ່ຕິດພັນກັບພື້ນຖານໂຄງລ່າງ, ສິນເຊື່ອການຄ້າ-ບໍລິການ ແຕ່ກໍ່ເລັ່ງໃສ່ສະໜອງສິນເຊື່ອເຂົ້າໃສ່ຂະແໜງກະສິກຳເປັນຫຼັກໃຫ້ກວມເອົາ 80%; ພ້ອມທັງ ສຸມໃສ່ເກັບກູ້ໜີ້ສິນ, ປັບ ປຸງນິຕິກຳ ແລະ ກົນໄກຕ່າງໆ ຮັບປະກັນຄຸນນະພາບສິນເຊື່ອໃຫ້ມີປະສິດທິພາບສູງ; ຂະຫຍາຍບັນດາຜະລິດຕະພັນຕ່າງໆ ເປັນຕົ້ນການໂອນເງິນຊຳລະສະສາງຊາຍແດນ (ໄທ, ຫວຽດນາມ)ແລະໂອນເງິນຕ່າງປະເທດຜ່ານ Western Union, ຊໍາລະຄ່ານ້ຳປະປາ, ຄ່າໄຟຟ້າ, ຈ່າຍຄ່າໂທລະສັບ, ພາສີທີ່ດິນ, ຈ່າຍຄ່າທຳນຽມທາງ, ພາສີທີ່ດິນ, Easy Tax, ບໍລິການເປັນຕົວແທນຂາຍປະກັນໄພຕ່າງໆ ແລະມາຮອດໄຕມາດ I ຂອງປີ 2019 ຈໍານວນບັນຊີເພີ່ມຂື້ນ 121.124 ບັນຊີເທົ່າກັບ 55,26%, ເງິນຝາກເພີ່ມຂື້ນ 24,96 %, ບັດ ATM ເພີ່ມຂື້ນ 23%, SMS Banking ເພີ່ມຂື້ນ 30% ແລະການເປັນຕົວແທນຂາຍປະກັນໄພເພີ່ມຂື້ນ 5 ບໍລິສັດ ຈາກແຕ່ເກົ່າມີພຽງ 1 ບໍລິສັດ. ພ້ອມນັ້ນ ຍັງພັດທະນາລະບົບ Core Banking, ພັດທະນາລະບົບໂປຣແກຣມຄຸ້ມຄອງບໍລິຫານວຽກງານພາຍໃນ, ລະບົບເຄືອຄ່າຍສັນຍານຕ່າງໆ , ເຊື່ອມໂຍງລະບັບ ATM ກັບທະນາຄານທຸລະກິດ, ຄົ້ນຄ້ວາຜະລິດ ຕະພັນໃໝ່ດ້ານການບໍລິການເອເລັກໂທຼນິກ Internet Banking ໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນໄລຍະໃໝ່.
ພ້ອມດຽວກັນນັ້ນ; ຍັງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍເປັນເຈົ້າການປຸກລະດົມສະມາຊິກກຳມະບານໃນທົ່ວຮາກຖານບໍລິຈາກເລືອດ 18 ຄັ້ງ ມີ 126 ເທື່ອຄົນ, ສ້າງຂະບວນການກິລາ, ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ, ໄຟໄໝ້, ໂຮງຮຽນທຸກຍາກຂາດເຂີນ, ຊ່ວຍເຫຼືອທະຫານທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະຢ້ຽມຢາມສະມາຊິກກຳມະບານ ແລະຄອບ ຄົວເຂົາເຈົ້າທີ່ເຈັບເປັນ; ປ້ອງການເວນຍາມຫ້ອງການ; ປັບປຸງລະບຽບສະຫວັດດີການ-ການຈັດຊື້ຈັດຈ້າງ ແລະທັງໄດ້ບັນຈຸສະມາ ຊິກກຳມະບານເຂົ້າໃນການກວດກາພາຍໃນ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພະນັກງານລັດຖະກອນ ໂດຍສະເພາະການປະຕິບັດເລື່ອນຊັ້ນ, ເລື່ອນຂັ້ນເມື່ອຮອດກຳນົດ, ການຄິດໄລ່ເງີນເດືອນ, ເງິນອຸດໜູນລູກ, ເງິນປີ່ນປົວໃນເວລາເຈັບເປັນ ແລະ ມີກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນ.
ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ຍັງປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານ ທສກ ຊຸດໃໝ່ ດ້ວຍບັນຍາກາດສ້າງສັນ, ມີປະຊາທິປະໄຕ ຊຶ່ງປະກອບມີ 9 ສະຫາຍ ໂດຍເລືອກເອົາສະຫາຍ ສູນທອນ ສຸພົມມະວົງ ເປັນປະ ທານ ແລະເລືອກ 2 ສະຫາຍ ເປັນຮອງປະທານ ຄື: ສະຫາຍ ຄຳສະແຫວງ ສີລິສັກ ຜູ້ປະຈຳການ ແລະ ສະຫາຍ ອຸລາ ທົນນະວົງສາ ເປັນຜູ້ກວດກາ; ສະນັ້ນ ເພື່ອໃຫ້ແຜນການດໍາເນີນໃນຕໍ່ໜ້າຂອງກໍາມະບານຮາກຖານ ທສກ ຊຸດໃໝ່ ມີຜົນສໍາເລັດດ້ວຍບາດ ກ້າວທີ່ໜັກແໜ້ນ ແລະປະກອບສ່ວນເຮັດ ທສກ ຮັບການປ່ຽນແປງໃໝ່ໃນທຸກດ້ານທີ່ຕັ້ງໜ້າຕາມຈິດໃຈຊີ້ນໍາຂອງຂັ້ນເທິງນັ້ນ; ສະຫາຍ ຄະນະພັກ ທຫລ, ປະທານສະພັນກໍາມະບານ ທຫລ ແລະສະຫາຍ ເລຂາຄະນະພັກຮາກຖານ ທສກ ແລະ ກໍ່ໄດ້ພັດປ່ຽນກັນມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມດັ່ງກ່າວ ໂດຍເນັ້ນໃຫ້ຄະນະນຳ ແລະສະມາຊິກກຳມະບານ ທຸກສະຫາຍ ຈົ່ງເປັນເຈົ້າການຕັດສິນໃຈຜັນຂະຫຍາຍມະຕິຂອງກອງປະຊຸມໃນຄັ້ງນີ້ ເປັນໜ້າທີ່ການເມືອງ ແລະມີຄວາມຮັບຜິດຊອບຂອງຕົນອີຫຼີ ແລະໃຫ້ປາກົດຜົນເປັນຈິງ ແນໃສ່ເຮັດໃຫ້ ທສກ ມີທ່ວງທ່າ ແລະບາດກ້າວໃໝ່ທີ່ດີຂຶ້ນກວ່າເກົ່າຢ່າງຈະແຈ້ງ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 652,82 657,32
CNY 2.997 3.052
EUR 22.533 22.754
VND 0,83 0,84
ວັນທີ: 26-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :