"ທສກ ເປີດກອງປະຊຸມປຶກສາຫາລື ວຽກງານການປ້ອງກັນ ແລະ ແກ້ໄຂບັນຫາ ທຸລະກຳສໍ້ໂກງ ທາງເອເລັກໂຕຣນິກ.”

ໃນຕອນບ່າຍວັນພະຫັດ ວັນທີ 30 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການປ້ອງກັນ ແລະ ແກ້ໄຂບັນຫາ ທຸລະກຳສໍ້ໂກງຜ່ານສື່ຕ່າງໆ ທາງເອເລັກໂຕຣນິກນິກ, ໂດຍການເປັນປະທານຂອງ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ຄື: ຜູ້ຕາງຫນ້າຈາກກົມຕຳຫຼວດສືບສວນສອບສວນ, ກົມໃຫຍ່ຕຳຫຼວດປ້ອງກັນຄວາມສະຫງົບ, ສາມາຄົມທະນາຄານ, ກົມຄຸ້ມຄອງລະບົບຊໍາລະ, ສໍານັກງານຂໍ້ມູນຕ້ານການຟອກເງິນ, ກົມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານແຫ່ງ ສ ປ ປ ລາວ, ບໍລິສັດ ລາວເນເຊີນໍ ເພເມັ້ນເນັດເວີກ (LAP-Net) ແລະ ຕາງຫນ້າຈາກທະນາຄານທຸລະກິດຈໍານວນ 4 ແຫ່ງເຂົ້າຮ່ວມ. ພາຍໃນກອງປະຊຸມໄດ້ຮັບຟັງການລາຍງານແນວໂນ້ມສະພາບທຸລະກໍາສໍ້ໂກງ ທີ່ມີທ່າອ່ຽງເພີ່ມຂຶ້ນຢູ່ພາຍໃນ ແລະ ພາກພື້ນ, ປຶກສາຫາລື ກໍານົດແນວທາງປະຕິບັດ, ຂອດການປະສານງານພາຍໃນ ເພື່ອສະກັດກັ້ນ ແລະ ແກ້ໄຂທຸລະກໍາດັ່ງກ່າວຮ່ວມກັນ ໃຫ້ວ່ອງໄວທ່ວງທັນກັບສະພາບ ໃນສັງຄົມປະຈຸບັນ ເພື່ອຊ່ວຍກັນປົກປ້ອງຜົນເສຍຫາຍທາງຊັບສິນຂອງລູກຄ້າ.









ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21,377 21,754
THB 632.50 645.00
CNY 2,898 2,955
EUR 24,028 24,468
VND 0.80 0.83
ວັນທີ: 30-04-2025 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :