ທສກ ສາຂາ ສະຫວັນນະເຂດ ສະຫລຸບວຽກງານການດຳເນີນທຸລະກິດ ປະຈຳໄຕມາດ I ປີ 2020

ຕອນເຊົ້າຂອງວັນທີ 11 ພຶດສະພາ 2020 ເວລາ 08:00 ໂມງ ທີ່ຫ້ອງປະຊຸມຊັ້ນ 4 ທສກ ສາຂາສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບວຽກງານດຳເນີນທຸລະກິດປະຈຳໄຕມາດ I ປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ອິນປັນ ໄຊຍະປັນຍາ ເລຂາຫນ່ວຍພັກ ຫົວຫນ້າສາຂາ ທສກ ສະຫວັນນະເຂດ ໂດຍມີ ຄະນະສາຂາ ,ຄະນະ ຂະແຫນງ, ຫົວຫນ້າຫນ່ວຍບໍລິການ ແລະ ພະນັກງານນິຕິກຳ ສາຂາ ເຂົ້າຮ່ວມ ລວມທັງຫມົດມີ 21 ທ່ານ ຍິງ 6 ທ່ານ.

ໃນກອງປະຊຸມຫົວຫນ້າຂະແຫນງ ຈັດຕັ້ງ - ຫ້ອງການໄດ້ຂື້ນຜ່ານຈຸດປະສົງຂອງກອງປະຊຸມ,ຈາກນັ້ນ ທ່ານ ຮອງຫົວຫນ້າສາຂາໄດ້ຂື້ນຜ່ານບົດສະຫລຸບການດຳເນີນວຽກງານໂດຍຫຍໍ້ ຕໍ່ກອງປະຊຸມ. ພາຍຫຼັງຮັບຟັງການລາຍງານ ທ່ານຫົວໜ້າສາຂາກໍ່ໄດ້ຂຶ້ນຜ່ານເນື້ອໃນຜົນຂອງການເຂົ້າຮ່ວມກອງປະຊຸມຜ່ານ Video Conference ທົ່ວປະເທດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ແລະ ໃຫ້ແຕ່ລະຂະແໜງ ແຕ່ລະໜ່ວຍບໍລິການຂຶ້ນລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງຕົນ ໂດຍໃຫ້ເນັ້ນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນເຈາະຈົງໃນວຽກງານຂໍ້ຄົງຄ້າງເພື່ອເປັນບົດຮຽນໃນການແກ້ໄຂໃນຕໍ່ໜ້າ, ຈາກນັ້ນທ່ານປະທານກໍ່ໄດ້ມອບແຜນການປະຕິບັດປີ 2020 ທີ່ໄດ້ຮັບຮອງຈາກສຳນັກງານໃຫຍ່ ໃຫ້ແຕ່ລະໜ່ວຍບໍລິການນຳໄປຈັດຕັ້ງປະຕິບັດ. ຕອນທ້າຍກອງປະຊຸມທ່ານປະທານໄດ້ມີທິດຊີ້ນຳເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ກອງປະຊຸມໄດ້ປິດລົງໃນເວລາ 18:00 ໂມງ ຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ..
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 653,50 658,50
CNY 2.997 3.052
EUR 22.334 22.553
VND 0,83 0,84
ວັນທີ: 19-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :