ທະນາຄານສົ່ງເສີມກະສິກຳ ໄດ້ມອບເງິນຊຸກຍູ້ຕ້ານການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)

ໃນຕອນບ່າຍຂອງວັນທີ 27 ເມສາ 2020, ເວລາ: 14:00 ໂມງ ທະນາຄານສົ່ງເສີມກະສິກຳ ໄດ້ມອບເງິນຊຸກຍູ້ຕ້ານການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ນຳໄປສົມທົບທຶນໃຫ້ຄະນະສະເພາະກິດລະດັບຊາດ ນຳໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ. ລວມມູນຄ່າທັງໝົດ 40.000.000 ກີບ, ເງິນຈຳນວນດັ່ງກ່າວແມ່ນໄດ້ຈາກການປະກອບສ່ວນຈາກສັງຄົມ, ພະນັກງານ ແລະ ລູກຄ້າ ທສກ.

ຕາງໜ້າຝ່າຍມອບເງິນຊ່ວຍເຫຼືອໃນຄັ້ງນີ້ ໂດຍ ທ່ານ ສູນທອນ ສຸພົມມະວົງ ຮອງຜູ້ອຳນວຍໃຫຍ່ ທະນາຄານສົ່ງເສີມກະສິກຳ ພ້ອມດ້ວຍຄະນະ ແລະ ຕາງໜ້າທະນາຄານແຫ່ງ ສປປ ລາວ ຮັບໂດຍ ທ່ານ ສາຍສະໝອນ ກີບເກສອນ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 16.783 16.950
THB 500,00 503,00
CNY 2.418 2.442
EUR 18.059 18.235
VND 0,7266 0,7412
ວັນທີ: 23-03-2023 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :