ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໝຸ່ມ ຮາກຖານ ທສກ ຄັ້ງທີ VI

ໃນຕອນບ່າຍ ຂອງວັນທີ 13 ທັນວາ 2019 ເວລາ 13:30 ໂມງ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 8 ຂອງທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່, ໄດ້ເປີດກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໝຸ່ມ ຮາກຖານ ທສກ ຄັ້ງທີ VI ໂດຍການເປັນປະທານຂອງ ສະຫາຍ ກໍລະກັນ ແສງອະໄພ ເລຂາຄະນະບໍລິຫານງານຊາວໝຸ່ມ ທສກ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຫາຍປະລິຍາເອກ ອາຄົມ ປະເສີດ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໝຸ່ມ ທຫລ ແລະ ສະຫາຍ ສູນທອນ ສຸພົມມະວົງ ຮອງເລຂາຄະນະພັກຮາກຖານ ທສກ, ຄະນະບໍລິຫານງານຊາວໝຸ່ມຮາກຖານ ທສກ, ພ້ອມດ້ວຍສະມາຊິກຊາວໜຸ່ມທັງໝົດ 101 ສະຫາຍ (ຍິງ 47 ສະຫາຍ), ມີບັນດາຄະນະຊາວໝຸ່ມຮາກຖານທະນາຄານທຸລະກິດລັດ, ທະນາຄານ ຮ່ວມທຸລະກິດ ລາວຫວຽດ, ສະຖາບັນການທະນາຄານ, ພະແນກພັກ-ມະຫາຊົນ, ກົມຈັດຕັ້ງ-ພະນັກງານ ທຫລ, ຕ່າງໜ້າພະແນກຈັດຕັ້ງ-ພະນັກງານ ທສກ, ແລະ 3 ອົງການຈັດຕັ້ງມະຫາຊົນຂອງ ທສກ ເຂົ້າຮ່ວມຢ່າງພ້ອມພຽງ ຊຶ່ງລວມມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 118 ສະຫາຍ (ຍິງ 50 ສະຫາຍ)..

ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງເອົາຮ່າງບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າຂອງຄະນະບໍລິຫານງານຊາວໝຸ່ມຮາກຖານ ທສກ ແລະ ດຳເນີນການປ່ອນບັດຄັດເລືອກຄະນະບໍລິຫານງານຊາວໜຸ່ມຮາກຖານ ທສກ ຊຸດໃໝ່

ບັນດາສະຫາຍສະມາຊິກຊາວໝຸ່ມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນເລືອກຕັ້ງເອົາຄະນະບໍລິຫານງານຊາວໝຸ່ມຮາກຖານ ທສກ ສະໄໝທີ VI ຈໍານວນ 9 ສະຫາຍ (ຍິງ 2 ສະຫາຍ) ເພື່ອສືບຕໍ່ໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານຊາວໝຸ່ມຮາກຖານ ທສກ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ, ຊຶ່ງມີລາຍຊື່ຄືດັ່ງນີ້:
1. ເລືອກເອົາ ສະຫາຍ ແວວ ພວງສະຫວັດ ເປັນເລຂາຄະນະບໍລິຫານງານຊາວໝຸ່ມ ທັງເປັນຄະນະປະຈຳ.
2. ເລືອກເອົາ ສະຫາຍ ຄໍາເຟືອງ ຈັນທະລາ ເປັນຮອງເລຂາຄະນະບໍລິຫານງານຊາວໝຸ່ມ ທັງເປັນຄະນະປະຈໍາ.
3. ເລືອກເອົາ ສະຫາຍ ນ ບຸນລ້ອມ ສິນທະວົງ ເປັນຮອງເລຂາ, ປະທານກວດກາ ທັງເປັນຄະນະປະຈຳ.
4. ເລືອກເອົາ ສະຫາຍ ນາງ ເພັດດາວອນ ພຸດທະວົງ ເປັນຮອງປະທານກວດກາ.
5. ເລືອກເອົາ ສະຫາຍ ຄໍາພວງ ດວງສີສະອາດ ເປັນກຳມະການກວດກາ.
6. ເລືອກເອົາ ສະຫາຍ ບຸດຖະໝອນ ປຣະພາສິຣິ ເປັນຄະນະ.
7. ເລືອກເອົາ ສະຫາຍ ທະນົງໄຊ ຈິນດາມະນີ ເປັນຄະນະ.
8. ເລືອກເອົາ ສະຫາຍ ສີຈັນໄຊ ນະໄພວົງ ເປັນຄະນະ.
9. ເລືອກເອົາ ສະຫາຍ ວິໄລກອນ ອິນສຸວົງ ເປັນຄະນະ.
ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ທຫລ ແລະ ສະຫາຍ ຮອງເລຂາຄະນະພັກຮາກຖານ ທສກ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຄະນະບໍລິຫານງານຊາວໝຸ່ມຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາສະມາຊິກຊາວໝຸ່ມ ປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນງານໃນຫຼາຍໆດ້ານ; ຄຽງຄູ່ກັນນັ້ນ, ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານຊາວໝຸ່ມຊຸດໃໝ່ ຕ້ອງຮີບຮ້ອນປັບປຸງແກ້ໄຂ. ພ້ອມກັນນັ້ນ, ຍັງມີທິດຊີ້ນໍາໃນແຕ່ລະວຽກງານຢ່າງພາວະວິໄສ ແລະ ມີຈຸດສຸມ. ນອກຈາກນີ້, ສະຫາຍ ຍັງມີຄວາມເຊື່ອໝັ້ນວ່າ: ໃນຕໍ່ໜ້າ ຄະນະບໍລີຫານງານຊາວໝຸ່ມຊຸດໃໝ່ ຈະນໍາພາຖັນແຖວສະມາຊິກຊາວໝຸ່ມ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ບັນລຸຜົນສໍາເລັດ ແລະ ຍາດໄດ້ໝາກຜົນອັນໃໝ່ທີ່ຍິ່ງໃຫຍ່ ກວ່າເກົ່າ.
ກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງສະມາຊິກຊາວໝຸ່ມທັງໝົດ ພາຍໃນຄະນະບໍລິຫານງານຊາວໝຸ່ມຮາກຖານ ທສກ, ປະຕິບັດຄຳຂວັນຂອງຊາວໝຸ່ມ ຈົ່ງພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ. ກອງປະຊຸມໄດ້ປິດລົງໃນວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 653,50 658,50
CNY 2.997 3.052
EUR 22.334 22.553
VND 0,83 0,84
ວັນທີ: 19-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :