ທສກ ສາຂາ ສະຫວັນນະເຂດ ເປີດກອງປະຊຸມສະຫຼຸບທົບທວນຄືນ ວຽກງານ ບັນຊີ-ໄອທີ ແລະ ຝຶກອົບຮົມ ການນຳໃຊ້ Cash note ແລະ E-information


ໃນວັນທີ 07/12/2019 ຜ່ານມາ ທະນາຄານສົ່ງເສີມກະສິກຳ ສາຂາ ສະຫວັນນະເຂດ ໄດ້ເປີດກອງປະຊຸມ ສະຫຼຸບທົບທວນຄືນ ວຽກງານບັນຊີ - ໄອທີ ໄລຍະ10 ເດືອນ ປີ 2019 ຢູ່ທີ່ ຫ້ອງປະຊຸມຊັ້ນ 4 ຂອງສາຂາ ໂດຍການເປັນປະທານໂດຍ ທ່ານ ພຸດທະສິນ ສີເມືອງ ຮອງຫົວຫນ້າ ສາຂາ ສະຫວັນນະເຂດ ມີບັນດາຄະນະຂະແໜງ, ຄະນະໜ່ວຍບໍລິການ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 43 ທ່ານ ຍິງ 27 ທ່ານ. ກອງປະຊຸມໄດ້ມີການຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຝຶກອົບຮົມການນຳໃຊ້ໂປຣແກຣມ Cash note, E-information ສອນໂດຍ ທ່ານ ແຫວນຄຳສົດ ຈັນທິດາ ຫົວຫນ້າ ຂະແຫນງ ບັນຊີ-ໄອທີ ພາຍໃນກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກອງປະຊຸມໄດ້ປິດລົງໃນວັນດຽວກັນດ້ວຍຜົນສຳ ເລັດອັນຈົບງາມ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 16.783 16.950
THB 500,00 503,00
CNY 2.418 2.442
EUR 18.059 18.235
VND 0,7266 0,7412
ວັນທີ: 23-03-2023 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :