ໜ່ວຍພັກ ທສກ ສາຂາສະຫວັນະເຂດ ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ


ຕອນບ່າຍຂອງວັນທີ 18/05/2019 ຜ່ານມາທີ່ຫ້ອງປະຊຸມ ທະນາຄານສົ່ງເສີມກະສິກຳ ສາຂາສະຫວັນ ນະເຂດ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງໂດຍການເປັນປະທານ ຂອງ ສະຫາຍ ວົງພະຈັນ ແສງສຸວັນ ເລ ຂາຄະນະພັກຮາກຖານ ທະນາຄານ ແຫ່ງ ສປປ ລາວ ສາຂາສະຫວັນນະເຂດ. ມີແຂກເຂົ້າຮ່ວມຈາກ ຄະນະຈັດຕັ້ງ ແຂວງ, ຄະນະກວດກາພັກແຂວງ, ລວມທັງໝົດ 29 ສະຫາຍ ຍິງ 11 ສະຫາຍ, ສະມາຊິກສຳຮອງ 4 ສະຫາຍ. ໃນນັ້ນ ສະຫາຍ ອິນປັນ ໄຊຍະປັນຍາ ເລຂາໜ່ວຍພັກ, ຫົວໜ້າສາຂາ ທສກ ສະຫວັນນະເຂດ ໄດ້ລາຍງານກ່ຽວກັບໂຄງຮ່າງ ການຈັດຕັ້ງພາຍໃນຫນ່ວຍພັກ, ຜ່ານມາດຖານເງື່ອນໄຂຂອງຄະນະພັກຊຸດໃໝ່, ການດຳເນີນຊີວິດການເມືອງພາຍໃນ ໜ່ວຍພັກ ທສກ ໂດຍແບ່ງເປັນ 3 ຈຸ ເຊິ່ງໄດ້ເນັ້ນໜັກການສຳຫຼວດກວດກາ ຂອງສະມາຊິກພັກທຸກສະຫາຍ, ທາງ ດ້ານການເມືອງແນວຄິດ, ແບບແຜນດຳລົງຊີວິດ, ການປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ ແລະ ແບບແຜນການ ດຳລົງຊີວິດ. ໃນກອງປະຊຸມໄດ້ຜ່ານບົດສຳຫຼວດຂອງສະມາຊິກພັກ ແລະ ປ່ອນບັດທາບທາມຢັ່ງຫາງສຽງເພື່ອຄັດສັນ ບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບຂັ້ນໜ່ວຍພັກ ແລ້ວລາຍງານຜົນຂອງການປ່ອນບັດໃຫ້ແກ່ຂັ້ນເທິງຄົ້ນ ຄວ້າພິຈາລະນາຕໍ່ໄປ. ໃນຕອນທ້າຍກອງປະຊຸມ ສະຫາຍ ວົງພະຈັນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໂດຍສະຫາຍ ໄດ້ແນະນຳການກະກຽມຄວາມພ້ອມໃນການເປີດກອງປະຊຸມໃຫຍ່ຂອງ ທສກ ສາຂາສະຫວັນນະເຂດ ບັນຍາກາດກອງ ປະຊຸມໄດ້ເປັນໄປຢ່າງຟົດຟື້ນ ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດລົງອັນຈົບງາມ ໃນວັນດຽວກັນ.


ຕອນເຊົ້າຂອງວັນທີ 18/05/2019 ຜ່ານມາທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ ສາຂາສະຫວັນນະເຂດ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານເພື່ອກະກຽມເປີດກອງປະຊຸມໃຫຍ່ຂອງ 5 ຫນ່ວຍພັກທີ່ຂື້ນກັບຄະນະພັກ ຮາກຖານ ທະນາຄານ ແຫ່ງ ສປປ ລາວ ສາຂາແຂວງ ສະຫວັນນະເຂດ ໂດຍການເປັນປະທານ ຂອງ ສະຫາຍ ວົງພະຈັນ ແສງສຸວັນ ເລຂາຄະນະພັກຮາກຖານ ທະນາຄານ ແຫ່ງ ສປປ ລາວ ສາຂາສະຫວັນນະເຂດ. ມີແຂກເຂົ້າຮ່ວມຈາກຄະ ນະກວດກາພັກແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ແລະ ບັນດາ 4 ທະນາຄານທຸລະກິດລັດ ສາຂາສະຫວັນນະເຂດ ເຂົ້າຮ່ວມຄື: ທະນາຄານສົ່ງເສີມກະສິກຳ, ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ແລະ ທະນາຄານນະໂຍບາຍ. ພາຍໃນກອງປະຊຸມໄດ້ເນັ້ນໜັກການເສີມຂະຫຍາຍມູນເຊື້ອ ແລະ ຄວາມຮັກສາມັກຄີພາຍໃນ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳພາຂອງພັກ, ຕັ້ງໜ້າຝຶກຝົນ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ປິດລົງດ້ວຍ ຜົນສຳເລັດລົງອັນຈົບງາມ..

ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 652,82 657,32
CNY 2.997 3.052
EUR 22.533 22.754
VND 0,83 0,84
ວັນທີ: 26-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :