ພິທີເຊັນສັນຍາວ່າດ້ວຍການເປັນຕົວແທນ ຊໍາລະເງິນລາງວັນຫວຍພັດທະນາ ຜ່ານເຄົາເຕີ້ບໍລິການຂອງ ທສກ


ໃນວັນທີ 03 ເມສາ 2019 ທີ່ຜ່ານມາ ຢູ່ທະນາຄານສົ່ງເສີມກະສິກຳ ສໍານັກງານໃຫ່ຍ ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາວ່າດ້ວຍການເປັນຕົວແທນ ຊໍາລະເງິນລາງວັນຫວຍພັດທະນາ ຜ່ານເຄົາເຕີ້ບໍລິການຂອງ ທສກ ທຸກສາຂາທົ່ວປະເທດ ຊື່ງພິທີດັ່ງກ່າວແມ່ນໄດ້ມີການລົງນາມລະຫວ່າງ ຕົວແທນ ຈໍາໜ່າຍຫວຍ ພັດທະນາ ສາຂາຫວຍມືຖື ກໍ່ຄືບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ຮ່ວມກັບທະນາຄານສົ່ງເສີມກະສິກຳ, ເຊີ່ງຕ່າງໜ້າສາຂາຫວຍມືຖືແມ່ນທ່ານ ບົວວຽງ ຈໍາປາພັນ ຜູ້ອຳນວຍການການ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ແລະ ຝ່າຍທະນາຄານສົ່ງເສີມກະສິກຳ ແມ່ນທ່ານ ຄໍາແກ້ວ ວິສີສົມບັດ ຮອງຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ

ຊື່ງການຮ່ວມມືໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອ ເພີ່ມຊ່ອງທາງອໍານວຍຄວາມສະດວກໃຫ້ກັບສະມາຊິກຕົວແທນ ແລະ ລູກຄ້າຂອງສາຂາຫວຍມືຖືສາມາດ ຮັບເງິນລາງວນຫວຍໄດ້ທີ່ເຄົາເຕີ້ບໍລິການຂອງ ທສກ ທຸກສາຂາທົ່ວປະເທດ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.022 21.156
THB 645,55 652,00
CNY 2.937 2.966
EUR 22.471 22.691
VND 0,8200 0,8400
ວັນທີ: 28-03-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :