ພິທີປະກາດຮັບຮອງເອົາໜ່ວຍກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ) ສາຂາແຂວງເຊກອງ.

ພິທີປະກາດຮັບຮອງເອົາໜ່ວຍກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ) ສາຂາແຂວງເຊກອງ ເປັນໜ່ວຍກຳມະບານ 5 ເປັນເຈົ້າ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 19 ກຸມພາ 2019 ນີ້ ທີ່ຫ້ອງປະຊຸມທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງເຊກອງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວົງເດືອນ ຈັນທະບຸດຊຽງ ປະທານສະຫະພັນກໍາມະບານ ແຂວງເຊກອງ, ທ່ານ ຄໍາສະແຫວງ ສີລິສັກ ຄະນະໜ່ວຍພັກ ທສກ, ທ່ານ ໄກ່ແກ້ວ ໄຊຍະວົງ ປະທານໜ່ວຍກໍາມະບານຮາກຖານ ທສກ, ມີຄະນະໜ່ວຍຮາກຖານອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະສະມາຊິກກຳມະບານພາຍໃນໜ່ວຍ ທສກ ເຂົ້າຮ່ວມ. ທ່ານ ໄກ່ແກ້ວ ໄຊຍະວົງ ປະທານໜ່ວຍກຳມະບານຮາກຖານ ທສກ ເວົ້າວ່າ : ໄລຍະຜ່ານມາຄະນະໜ່ວຍກໍາມະບານຮາກຖານ ທສກ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງເຄື່ອນໄຫວວຽກງານງານກໍາມະບານຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນຢ່າງເປັນປົກກະຕິ, ໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກກໍາມະບານ ເປັນຕົ້ນເອົາໃຈໃສ່ໃນການເຊື່ອມຊຶມບັນດາມະຕິຄໍາສັ່ງ, ລະບຽບກົດໝາຍຂອງພັກ-ລັດ ແລະຂອງສູນກາງສະຫະພັນກໍາມະບານລາວວາງອອກ, ປະຕິບັດລະບອບຮ່ວມຊີວິດປະຈໍາເດືອນຕິດພັນກັບການສໍາຫຼວດກວດກາ, ຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະກັນ, ເສຍເງິນສະຖິຕິໃນແຕ່ລະເດືອນ ແລະສ່ອງແສງລາຍງານຢ່າງເປັນປົກກະຕິ. .
ຜ່ານການຈັດຕັ້ງປະຕິບັດຕົວຈິງຕາມມາດຖານ ແລະເງື່ອນໄຂຂອງການສ້າງເປັນໜ່ວຍ 5 ເປັນເຈົ້າ ເຫັນໄດ້ວ່າຄະນະນຳ ແລະສະມາຊິກກຳມະບານພາຍໃນໜ່ວຍ ໄດ້ມີຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນ ແລະໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີ ແລະສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາ ໂດຍສາມາດຕີລາຄາໃນແຕ່ລະດ້ານໄດ້ຄື: ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ ປະຕິບັດໄດ້ 96,2%; ເປັນເຈົ້າການໃນການປັບປຸງແບບແຜນນໍາພາ ແລະຂະຫຍາຍການຈັດຕັ້ງກໍາມະບານ ປະຕິບັດໄດ້ 100%; ເປັນເຈົ້າການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະຊາວຜູ້ອອກແຮງງານ ປະຕິບັດໄດ້ 92,2%; ເປັນເຈົ້າການເຂົ້າຮ່ວມໃນການຕິດຕາມກວດກາ, ຄຸ້ມຄອງເສດຖະກິດ-ວັດທະນະທໍາ-ສັງຄົມ ປະຕິບັດໄດ້ 92% ແລະເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ.
ເພື່ອເປັນການຢັ້ງຢືນ ຕໍ່ຜົນງານ ແລະໄຊຊະນະດັ່ງກ່າວ ທ່ານ ວົງເດືອນ ຈັນທະບຸດຊຽງ ປະທານສະຫະ ພັນກໍາມະບານແຂວງເຊກອງ ກໍໄດ້ມອບໃບຢັ້ງຢືນຮັບຮອງເອົາໜ່ວຍກຳມະບານຮາກຖານ ທສກ ເປັນໜ່ວຍກໍາມະບານ 5 ເປັນເຈົ້າ ກ່າວຮັບໂດຍທ່ານ ໄກ່ແກ້ວ ໄຊຍະວົງ ປະທານໜ່ວຍກໍາມະບານຮາກຖານ ທສກ ສາຂາແຂວງເຊກອງ. ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະບຸກຄົນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນວຽກງານກຳມະບານໃນໄລຍະຜ່ານມາຕື່ມອີກ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.262 21.398
THB 653,00 658,00
CNY 3.000 3.055
EUR 22.406 22.625
VND 0,83 0,84
ວັນທີ: 23-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :