"ພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນເລີດ ສິນລາດຊະວົງ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈໍາກັດ (ຜູ້ເກົ່າ) ແລະ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈໍາກັດ (ຜູ້ໃໝ່).”

ໃນຕອນບ່າຍຂອງ ວັນພຸດ, ວັນທີ 22 ພະຈິກ 2023 ຜ່ານມາ ທີ່ ທະນາຄານສົ່ງເສີມກະສິກຳ ຈໍາກັດ ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນເລີດ ສິນລາດຊະວົງ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈໍາກັດ (ຜູ້ເກົ່າ) ແລະ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈໍາກັດ (ຜູ້ໃໝ່) ຂຶ້ນຢ່າງເປັນທາງການ.


ໃນງານຄັ້ງນີ້ ໃຫ້ກຽດເປັນປະທານ ໂດຍ ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ພົງສະຫວັດ ເສນາພວນ ປະທານ ສະພາບໍລິຫານ ທສກ ພ້ອມດ້ວຍຄະນະກົມ ຈາກ ທະນາຄານແຫ່ງ ສປປ ລາວ, ຄະນະກົມ ຈາກ ກະຊວງການເງິນ, ຄະນະສະພາບໍລິຫານ ທສກ, ທະນາຄານທຸລະກິດ, ບັນດາບໍລິສັດຮ່ວມທຶນ, ພະນັກງານການນໍາພາຍໃນ ທສກ ແລະ ແຂກທີ່ມີກຽດເຂົ້າຮ່ວມເປັນສັກຂີພິຍານ.





ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 22,000 22,227
THB 600.00 612.00
CNY 3,000 3,061
EUR 23,681 23,913
VND 0.87 0.91
ວັນທີ: 26-07-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :