ທສກ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາກ໋ອບ ຊີງຂັນສະໂມສອນທະນາຄານປະຈໍາປີ 2022 ແລະ ສະໜັບສະໜູນຮ່ວມສົມທົບທຶນ

ໃນວັນທີ 12 ມີນາ 2022 ທະນາຄານສົ່ງເສີມກະສິກໍາ (ທສກ) ໄດ້ເຂົ້າຮ່ວມງານແຂ່ງຂັນກິລາກ໋ອບ ຊີງຂັນສະໂມສອນທະນາຄານປະຈໍາປີ 2022 ງານໃນຄັ້ງນີ້ ທສກ ກໍ່ໄດ້ສະໜັບສະໜູນຮ່ວມສົມທົບທຶນ, ວັດຖຸອຸປະກອນ ລວມມູນຄ່າ 34.200.000ກີບ ເຊິ່ງມີລາຍລະອຽດດັ່ງນີ້: - ສະໜັບສະໜູນ ສະໂມສອນ ກ໋ອບ ທະນາຄານ ຈຳນວນ 20.000.000ກີບ - ລາງວັນ ຕີໃກ້ຫລຸມທີ່ສຸດ ມີ 04 ລາງວັນ ລວມມູນຄ່າ 12.000.000ກີບ - ສະໜັບສະໜູນເຄື່ອງສົ່ງເສີມ ລວມມູນຄ່າ 2.200.000ກີບ ມອບໂດຍ ທ່ານ ບຸນເລີດ ສິນລາດຊະວົງ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ. ເພື່ອສ້າງຂະບວນການແຂ່ງຂັນກິລາ ຄໍານັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ໃນການຮ່ວມມືກັນຂອງສະຖາບັນການເງິນ-ການທະນາຄານ. (ວ່ອງໄວ ກ້າວໄກ ໄປຄຽງຄູ່ທ່ານ) ☎ Call Center: 1431 🌐 www.apb.com.la 🟦 Facebook: apb.bank .




ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 20.064 20.192
THB 591,41 597,27
CNY 2.753 2.780
EUR 21.123 21.330
VND 0,7980 0,8140
ວັນທີ: 22-09-2023 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :