|
ລັກສະນະບໍລິການ:
ເປັນບໍລິການທີ່ໃຫ້ທ່ານສາມາດເລືອກຊື້ ຫຼື ຂາຍເງິນຕາຕ່າງປະເທດ ໃນສະກຸນເງິນໂດລາສະຫະລັດ ແລະ ເງິນບາດໄທ ດ້ວຍອັດຕາແລກປ່ຽນທີ່ດີທີ່ສຸດ. ນອກນັ້ນ, ທະນາຄານຍັງຮັບຊື້ ແຊັກເດີນທາງ ຂອງສະກຸນເງິນ ໂດລາສະຫະລັດ ຜ່ານໜ່ວຍແລກປ່ຽນ, ສາຂາຂອງ ທສກ ທົ່ວປະເທດ.
ຜົນປະໂຫຍດຂອງບໍລິການ:
- ດ້ວຍເຄືອຂ່າຍຂອງ ທສກ ທົ່ວປະເທດທ່ານສາມາດເລືອກໃຊ້ບໍລິການແລກປ່ຽນເງິນ ຕາຕ່າງປະເທດໄດ້ຢ່າງສະດວກສະບາຍ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນ ການເດີນທາງ.
- ທ່ານຈະໄດ້ຮັບອັດຕາແລກປ່ຽນທີ່ດີທີ່ສຸດ.
- ທ່ານ ສາມາດຊື່ ຫຼື ຂາຍເງິນຕາຕ່າງປະເທດໄດ້ຕາມຄວາມຕ້ອງການ ດ້ວຍວົງເງິນແລກປ່ຽນພາຍໃນວັນສູງສຸດ.
ອັດຕາແລກປ່ຽນ:
ທ່ານ ສາມາດກວດເບິ່ງລາຍລະອຽດອັດຕາແລກປ່ຽນປະຈໍາວັນໄດ້ທີ່ກະດານອັດຕາແລກປ່ຽນຂອງໜ່ວຍແລກປ່ຽນ, ສາຂາ, ໜ່ວຍບໍລິການຕ່າງໆ ແລະ ເທິງເວັບໄຊ໌ຂອງທະນາຄານ.
ເງື່ອນໄຂໃນການໃຊ້ບໍລິການ:
ພຽງແຕ່ທ່ານນໍາບັດປະຈໍາຕົວປະຊາຊົນ ຫຼືໜັງສືຜ່ານແດນ ພ້ອມດວ້ຍ ເງິນສົດ ຫຼື ປຶ້ມບັນຊີເງິນຝາກປະຢັດ, ຝາກປະຈຳວັນ ແລະ ຝາກກະແສລາຍວັນ ກັບ ທສກ (ໃນກໍລະນີແລກປ່ຽນຜ່ານບັນຊີ) ແລະແຈ້ງລາຍລະອຽດໃນການແລກປ່ຽນໃນແບບຟອມທີ່ທາງທະນາຄານກຳນົດໃຫ້.
|