ພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ເຊັນສັນຍາການເປັນຕົວແທນໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນຜ່ານ 06 ທະນາຄານຕົວແທນ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ວັນທີ 17/12/2018.

ໃນວັນຈັນ ວັນທີ 17 ທັນວາ 2018, ໄດ້ມີພິທີເຊັນສັນຍາ ແລະ ເປີດນຳໃຊ້ລະບົບຊໍາລະຄ່າພາສີທີ່ດິນຜ່ານລະບົບຂອງ ທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຢູ່ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ. ຕາງໜ້າລົງນາມສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າສ່ວຍສາອາກອນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ນອກຈາກນີ້ກໍ່ໄດ້ມີບັນດາ 06 ທະນາຄານ ຕົກລົງເຫັນດີເປັນເອກະພາບກັນເຊັນສັນຍາບໍລິການຮັບຊຳລະຄ່າພາສີທີ່ດິນຜ່ານລະບົບທະນາຄານຕົວແທນປະກອບມີ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານລາວຫວຽດ, ທະນາຄານລາວຈີນ, ທະນາຄານຮ່ວມພັດທະນາ ແລະ ທະນາຄານການຄ້າສາກົນ (BIC), ເຊິ່ງບັນດາທະນາຄານຕົວແທນຈະໃຫ້ບໍລິການຊໍາລະຄ່າພາສີທີ່ດິນໃຫ້ແກ່ລູກຄ້າຜ່ານລະບົບອີເລັກໂຕຣນິກ, ເຄົາເຕີ້ບໍລິການຂອງທະນາຄານ ເຊິ່ງປະຊາຊົນໃນຂອບເຂດທົ່ວປະເທດ ສາມາດຊຳລະຄ່າພາສີທີ່ດິນຊ່ອງທາງດັ່ງກ່າວໄດ້..
ພິທີເຊັນສັນຍາ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ, ຄະນະກົມຂອງສະພາແຫ່ງຊາດ, ຄະນະກົມຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ, ຄະນະພະແນກ ອ້ອມຂ້າງກະຊວງການເງິນ, ພະແນກການເງິນນະຄອນຫລວງວຽງຈັນ, ສ່ວຍສາອາກອນປະຈຳນະຄອນຫລວງ, ສ່ວຍສາອາກອນປະຈຳ 9 ຕົວເມືອງ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທະນາຄານທຸລະກິດ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງກົມສ່ວຍສາອາກອນ, ທຄຕລ, ນາຍບ້ານຈຳນວນໜຶ່ງ ແລະພ້ອມທັງສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ຈະອຳນວຍຄວາມສະດວກສະບາຍໃຫ້ແກ່ສັງຄົມ ພຽງແຕ່ປະກອບເອກະສານ ຄື: ໃບຕາດິນ ຫຼື ໃບຢັ້ງຢືນສິດນໍາໃຊ້ ພ້ອມດ້ວຍໃບບິນຮັບເງິນຊໍາລະປີລ່າສຸດທີ່ທ່ານຊໍາລະ ເຊິ່ງສາມາດນໍາໃຊ້ສະບັບສໍາເນົາ ຫຼື ຕົ້ນສະບັບກໍ່ໄດ້ ເພື່ອປະກອບເອກະສານຊໍາລະພາສີທີ່ດິນ, ຫຼັງຈາກຊໍາລະແລ້ວຈະໄດ້ຮັບໃບບິນເພື່ອເປັນຫຼັກຖານໃນການຊໍາລະໃຫ້ແກ່ເຈົ້າຂອງໃບຕາດິນ. ນະໂອກາດນີ້ ຫວັງຢ່າງຍິງວ່າຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃນການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ເຂົ້າໃຈ ແລະສາມາດປະຕິບັດ ໃຫ້ໄດ້ຮັບຜົນສຳເລັດສູງ ກະຊວງການເງິນ ແລະທະນາຄານ ຈະສືບຕໍ່ພັດທະນາລະບົບການຊຳລະອາກອນ ໃຫ້ມີຄວາມທັນສະໄໝ ວ່ອງໄວ ເພື່ອອໍານວຍຄວາມສະດວກໃນການຊຳລະສະສາງ ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 653,50 658,50
CNY 2.997 3.052
EUR 22.334 22.553
VND 0,83 0,84
ວັນທີ: 19-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :