ພິທີເຊັນສັນຍາວ່າດ້ວຍການເປັນຕົວແທນຮັບຊໍາລະຄ່າທຳນຽມທາງ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານສົ່ງເສີມກະສິກຳ.

ໃນວັນທີ 04 ກັນຍາ 2018, ທີ່ທະນາຄານສົ່ງເສີມກະສິກຳ ສໍານັກງານໃຫ່ຍ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຕົວແທນຮັບຊໍາລະຄ່າທໍານຽມທາງ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ແລະ ທະນາຄານສົ່ງເສີມກະສິກຳ ( ທສກ ) ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ຄໍາແກ້ວ ວິສີສົມບັດ, ຮອງຜູ້ອຳນວຍການໃຫ່ຍທະນາຄານສົ່ງເສີມກະສິກຳ ແລະ ທ່ານ ນັນທະລາດ ແກ້ວປະເສີດ, ຮອງຜູ້ອຳນວຍການໃຫ່ຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ວຽງສະຫັວນ ທິດາວັນ ຕາງໜ້າຈາກກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ແລະ ທສກ ພາຍໃນນະຄອນຫຼວງ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ການບໍລິການເສຍຄ່າທຳນຽມທາງດ້ວຍລະບົບທີ່ທັນສະໄໜ ຜ່ານລະບົບທະນາຄານ ນີ້ແມ່ນອີກໜື່ງບໍລິການດ້ານອີເລັກໂຕນິກ ທີ່ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທຸກໆທ່ານ ໃນການຊໍາລະພັນທະຄ່າທຳນຽມທາງ ຊື່ງເປັນບໍລິການທີ່ມີຄວາມປອດໄພ ສາມາດຫຼຸດຜ່ອນການນໍາໃຊ້ເງິນສົດ, ສ້າງຄວາມສະດວກໃຫ້ລັດຖະບານໃນການເກັບລາຍຮັບຈາກໂຄງການດັ່ງກ່າວ.
ເພື່ອເປັນການຂະຫຍາຍຕາໜ່າງການບໍລິການ ລະບົບຊໍາລະຄ່າທໍານຽມທາງປະຈໍາປີ ໃຫ້ຮອງຮັບການບໍລິການໄດ້ຢ່າງທົ່ວເຖິງ ແລະ ກວ້າງຂວາງຍິງຂື້ນ, ທຄຕລ ໄດ້ພັດທະນາລະບົບດັ່ງກ່າວໃຫ້ສາມາດຮອງຮັບການບໍລິການຮັບຊໍາລະຄ່າທໍານຽມທາງໄດ້ຢູ່ທີ ທະນາຄານສົ່ງເສີມກະສິກຳ (ທສກ) ຕື່ມອີກ, ປະຈຸບັນການພັດທະນາລະບົບແມ່ນສາມາດໃຫ້ບໍລິການຜ່ານປ່ອງບໍລິການ ທສກ ໄດ້ແລ້ວ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 653,50 658,50
CNY 2.997 3.052
EUR 22.334 22.553
VND 0,83 0,84
ວັນທີ: 19-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :